ຂ່າວຫນ້າ 1

ຂ່າວລາວ ຂ່າວຕ່າງປະເທດ ສາລະຫນ້າຮູ້

ເງິນກີບຍັງສືບຕໍ່ອ່ອນຄ່າ ສົ່ງຜົນກະທົບຕໍ່ຄ່າຄອງຊີບຂອງປະຊາຊົນ

ໃນຕົ້ນເດືອນກັນຍາ ເງິນກີບຍັງສືບຕໍ່ອ່ອນຄ່າ ເມື່ອທຽບກັບເງິນບາດ ແລະ ເງິນໂດລາ ໂດຍວັນທີ 10 ກັນຍາ ອັດຕາແລກປ່ຽນກັບເງິນບາດໃກ້ຈຸລະດັບ 320 ກີບຕໍ່ 1 ບາດ, ສ່ວນກັບເງິນໂດລາ ແມ່ນ 9.123 ກີບຕໍ່ 1 ໂດລາ.
ອັດຕາແລກປ່ຽນເງິນກີບກັບເງິນບາດ ໃນວັນທີ 1 ກັນຍາ 2020 ແມ່ນ 320,97 ກີບຕໍ່ 1 ບາດ ກ່ອນທີ່ຈະຄ່ອຍໆແຂງຄ່າຂຶ້ນມາເລັກໜ້ອຍມາຢູ່ທີ່ 319,12 ກີບຕໍ່ 1 ບາດ ໃນວັນທີ 10 ກັນຍາ 2020; ແຕ່ຫາກທຽບໃສ່ວັນທີ 3 ສິງຫາ ແມ່ນຢູ່ທີ່ 318,8 ກີບຕໍ່ 1 ບາດ ເຫັນວ່າອ່ອນຄ່າລົງເລັກໜ້ອຍ.

ສ່ວນອັດຕາແລກປ່ຽນເງິນກີບກັບເງິນໂດລາສະຫະລັດ ໃນວັນທີ 1 ກັນຍາ 2020 ຢູ່ທີ່ 9.112 ກີບຕໍ່ 1 ໂດລາ, ຈາກນັ້ນສືບຕໍ່ອ່ອນຄ່າມາຢູ່ທີ່ 9.123 ກີບຕໍ່ 1 ໂດລາ, ທຽບໃສ່ວັນທີ 3 ສິງຫາ ຢູ່ໃນລະດັບ 9.079 ໂດລາຕໍ່ 1 ບາດ.
ສ່ວນເຫດຜົນທີ່ເຮັດໃຫ້ເງີບກີບຍັງອ່ອນຄ່າກໍຍ້ອນຫຼາຍປັດໄຈທີ່ກະທົບຕໍ່ລະບົບເສດຖະກິດ ເປັນຕົ້ນແມ່ນ: ຂາດດຸນຊຳລະກັບຕ່າງປະເທດເປັນເວລາຍາວນານ, ການຂາດດຸນງົບປະມານ, ການສະໜອງສິນຄ້າບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ລວມໄປເຖິງການລະບາດຂອງພະຍາດໂຄວິດ – 19 ແລະ ປັດໄຈອື່ນໆທີ່ປິ່ນອ້ອມ.

ອີງຕາມຂໍ້ມູນຂອງສູນຂໍ້ ມູນ – ຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນກໍລະກົດ 2020 ບັນລຸໄດ້ປະມານ 792 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 372 ລ້ານໂດລາສະຫະລັດ, ສ່ວນມູນຄ່າການນໍາເຂົ້າປະມານ 419 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 47 ລ້ານໂດລາສະຫະລັດ.
ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2020 ຜ່ານມາ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໜັກໃຫ້ສະມາຊິກລັດຖະບານສຸມໃສ່ຫຼາຍບັນຫາ, ສືບຕໍ່ຕິດຕາມ ແລະ ຄຸ້ມຄອງການແລກປ່ຽນເງິນຕາ, ອັດຕາເງິນເຟີ້ໃຫ້ຢູ່ໃນເກນທີ່ສາມາດຄວບຄຸມໄດ້, ແກ້ໄຂບັນຫາໜີ້ສິນ ແລະ ຜົນກະທົບຂອງການຈັດອັນດັບຄວາມໜ້າເຊື່ອຖືດ້ານການເງິນຂອງ ສປປ ລາວ ຈາກສະຖາບັນການເງິນສາກົນ.

ຂະນະທີ່ທ່ານຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ເຄີຍກ່າວໃນກອງປະຊຸມສະພາແຫ່ງຊາດ ເມື່ອເດືອນມິຖຸນາຜ່ານມາວ່າ: ເພື່ອຫຼຸດຜ່ອນ ຄວາມກົດດັນໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ, ທະນາຄານ ແຫ່ງ ສປປ ລາວ ໄດ້ສະເໜີຫຼາຍມາດຕະການ ເຊັ່ນ:
– ທະນາຄານ ແຫ່ງ ສປປ ລາວ ຈະເລັ່ງໃຫ້ສາມາດປະຕິບັດກົນໄກການແລກປ່ຽນສະກຸນເງິນ.
ທ້ອງຖິ່ນ ກີບ/ຢວນ ກັບ ທະນາຄານກາງ ຂອງ ສປ ຈີນ ແລະ ເສີມຂະຫຍາຍໄປສູ່ທະນາຄານກາງຂອງປະເທດຄູ່ຄ້າອື່ນເພີ່ມຕື່ມ ເພື່ອສ້າງເງື່ອນໄຂເພີ່ມສະພາບຄ່ອງດ້ານເງິນຕາຕ່າງປະເທດໃຫ້ແກ່ປະເທດ ແລະ ຫຼຸດຜ່ອນແຮງກົດດັນຈາກການເອື່ອຍອີງເງິນຕາຕ່າງປະເທດສະກຸນໃດໜຶ່ງໃນອັດຕາສ່ວນທີ່ຫຼາຍ.
– ພາກສ່ວນກ່ຽວຂ້ອງຕ້ອງຄວບຄຸມລາຄາສິນຄ້າ ທີ່ເປັນປັດໄຈເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນນັ້ນໃຫ້ຢູ່ໃນລະດັບທີ່ສົມເຫດສົມຜົນ ພ້ອມທັງເພີ່ມທະວີການຄວບຄຸມການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ ເຊິ່ງຈະສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດເພີ່ມຫຼາຍຂຶ້ນ ແລະ ກະທົບຕໍ່ຄ່າເງິນກີບ.

– ທະນາຄານ ແຫ່ງ ສປປ ລາວ ຈະປະສານກັບພາກສ່ວນທີ່ຮັບຜິດຊອບໃນການສໍາຫຼວດ ຄົ້ນຄວ້າ ພິຈາລະນາຄືນໂກຕານໍາເຂົ້າສິນຄ້າທີ່ຈໍາເປັນໃຫ້ຢູ່ໃນລະດັບທີ່ສອດຄ່ອງເໝາະສົມກັບສະພາບ ຄວາມຕ້ອງການແຕ່ລະໄລຍະຢ່າງແທ້ຈິງ ເພື່ອຫຼຸດຜ່ອນປາກົດການນໍາເຂົ້າສິນຄ້າ ເພື່ອກັກຕຸນເກີນຄວາມຈໍາເປັນສ້າງແຮງກົດດັນຕໍ່ຄວາມຕ້ອງການເງິນຕາຕ່າງປະເທດເພີ່ມຂຶ້ນ ແນໃສ່ເພື່ອດັດສົມການນໍາເຂົ້າສິນຄ້າບຸລິມະສິດໃຫ້ໄດ້ຢ່າງສົມເຫດສົມຜົນ ແລະ ມີປະສິດທິຜົນຢ່າງແທ້ຈິງ.
– ທຸກພາກສ່ວນຕ້ອງສືບຕໍ່ປະຢັດ – ຈໍາກັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດທີ່ບໍ່ຈໍາເປັນ ເປັນຕົ້ນການຈໍາກັດການນໍາເຂົ້າສິນຄ້າທີ່ພາຍໃນມີທ່າແຮງສາມາດຜະລິດໄດ້ ພ້ອມທັງສ້າງເງື່ອນໄຂອໍານວຍໃຫ້ຫົວໜ່ວຍການຜະລິດທີ່ມີທ່າແຮງນັ້ນຮອບດ້ານ ແລະ ສົ່ງເສີມການລົງທຶນໃສ່ການຜະລິດສິນຄ້າສະຫງວນຢ່າງຕັ້ງໜ້າ ເພື່ອທົດແທນການນໍາເຂົ້າ, ສົ່ງເສີມການຜະລິດ ຜະລິດຕະພັນກະສິກໍາປ້ອນໂຮງງານອຸດສາຫະກໍາປຸງແຕ່ງ.

ຕໍ່ສະພາບຄວາມຫຍຸ້ງຍາກຄືແນວນີ້ ທຸກຄົນໃນສັງຄົມຕ້ອງສາມັກຄີເປັນເຈົ້າການຮ່ວມກັນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ໂດຍຢຶດຖືຜົນປະໂຫຍດຂອງປະເທດຊາດເປັນທີ່ຕັ້ງ ແລະ ມາກ່ອນຜົນປະໂຫຍດສ່ວນຕົວ ໂດຍການສົ່ງເສີມ ແລະ ນຳໃຊ້ສິນຄ້າພາຍໃນທີ່ຜະລິດໄດ້; ຫຼຸດຜ່ອນການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ, ຍາມມີລາຍຮັບເປັນເງິນຕາຕ່າງປະເທດ ຄວນເອົາເຂົ້າທະນາຄານເອົາມາຂາຍໃຫ້ທະນາຄານ ເພື່ອໃຫ້ມີເງິນຕາຕ່າງປະເທດພຽງພໍສຳລັບການຊຳລະສະສາງ.
ຂ່າວ: ເສດຖະກິດ-ການຄ້າ